11/26/2562

ວິທີຮັກສາຄອມພິວເຕີໃຫ້ໄວ

ວິທີຮັກສາໃຫ້ຄອມພິວເຕີໃຫ້ໄວຂື້ນ ແລະ ບໍ່ຕິດ Virus 

ທ່ານເຄີຍບໍ່ທີຈະນັ່ງລໍຖ້າຄອມເປັນຊົ່ວໂມງເນື່ອງຈາກຄອມຕິດ virus ແລະ ມີຟາຍຂີ້ເຫຍື້ອຄ້າງຢູ່ໃນຮາດດິດ


    ດັ່ງນັ້ນມື້ນີ້ຂ້າພະເຈົ້າຈື່ງມາແນະນຳວິທີການຮັກສາໃຫ້ທ່ານເພື່ອແກ້ໄຂ ຄອມພິວເຕີຊ້າ, ຖ້າປະຕິບັດຕາມວິທີດັ່ງນີ້

ບັນຫາທີນັ່ງຖ້າຄອມພິວເຕີຈະໝົດໄປ.

ວິທີທີ 1

     ວິທີນີ້ແມ່ນຂັ້ນຕອນການລົບຟາຍຂີ້ເຫຍື້ອອອກໄປຈາກຄອມພິວເຕີໃນຊ່ອງ C. ໂດຍປະກອບມີຂັ້ນຕອນດັ່ງນີ້: ໃຫ້

ປຸ່ມ Window key + R ຫຼັງຈາກນັ້ນພິມຄຳສັ່ງ %temp% ແລ້ວ ກົດ ok . 


     ສ່ວນຟາຍທີທ່ານເຫັນນີ້ເປັນຟາຍຂີ້ເຫຍື້ອທີຄ້າງເຫຼືອຢູ່ໃນຄອມຂອງທ່ານໃຫ້ກົດ Ctrl + A ເພື່ອເລືອກທັງໝົດ

ແລ້ວກົດ Shift + Delete ເພື່ອລົບຖີ້ມ ດັ່ງຮູບລຸ່ມນີ້:


ວິທີທີ 2

     ໃຫ້ປະຕິບັດຄືກັບວິທີທີ 1 ໃຫ້ພີມຄຳສັ່ງໃໝ່ໃສ່ດັ່ງນີ້ ( prefetch )


     ເມື່ອກົດ ok ແລ້ວ ຈະປະກົດດັ່ງຮູບລຸ່ມນີ້ໃຫ້ກົດ Continue 


   ສ່ວນຟາຍທີທ່ານເຫັນນີ້ເປັນຟາຍຂີ້ເຫຍື້ອທີຄ້າງເຫຼືອຢູ່ໃນຄອມຂອງທ່ານໃຫ້ກົດ Ctrl + A ເພື່ອເລືອກທັງໝົດແລ້ວ

ກົດ Shift + Delete ເພື່ອລົບຖີ້ມ ດັ່ງຮູບລຸ່ມນີ້:


ວິທີທີ 3

    ວິທີນີ້ແມ່ນຕ້ອງໄປລ້າງຢູ່ທີຮາດດິດສ໌ ໃນຊ່ອງ C ໂດຍປະກອບມີຂັ້ນຕອນດັ່ງນີ້:

ໃຫ້ໄປທີ This pc ຫຼື  My computer ກົດເມົ້າຂວາໃສ່ຊ່ອງ C ເລືອກ Properties ກົດໃສ່ Disk Cleanup ດັ່ງ
ຮູບ


ດັ່ງນັ້ນຈະກົດແບບນີ້ອອກມາ(ສຳລັບຄອມທີບໍໄດ້ລ້າງຈັກເທື່ອເລີຍ ຫຼື ຊ້າເກີນ


ຫຼັງຈາກນັ້ນຈະປະກົດມີໜ້າຕ່າງໃໝ່ມາໃຫ້ກົດໝາຍຖຶກໃນຫ້ອງ Check box ໝົດເລີຍດັ່ງຮູບ ແລ້ວ ກົດ Ok


 ແລ້ວ ກົດໃສ່ Delete Files ພຽງເທົ່ານີ້ຄອມຂອງທ່ານຈະກັບມາໄວປົກກະຕິ


ໝາຍເຫດ: ສຳລັບ 3 ວິທີມາຂ້າງເທີງນີ້ຕ້ອງເຮັດຢ່າງນ້ອຍ ທິດລະຄັ້ງ ຖ້າທ່ານຕ້ອງກັນໃຫ້ໄວ
ຖ້າຫາກທ່ານໃດມີຫຍັງທີບໍເຂົ້າໃຈສາມາດ comment ສອບຖາມໄດ້




0 Comments:

แสดงความคิดเห็น